ສະຫະພັນບານເຕະແຂວງສາລະວັນ ເຊັນສັນຍາຮ່ວມມືກັບ ບໍລິສັດ ລາຊາສະປອດ

ສະຫະພັນບານເຕະແຂວງສາລະວັນ ເຊັນສັນຍາຮ່ວມມືກັບ ບໍລິສັດ ລາຊາສະປອດ (LAZA Sport Media) ເພື່ອຊຸກຍູ້ ແລະ ພັດທະນາກິລາບານເຕະ ພາຍໃນແຂວງສາລະວັນ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ທີ່ເຂັ້ມແຂງ, ທັງເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນ ໃຫ້ນັບມື້ນັບກວ້າງຂວາງ, ເຂັ້ມແຂງ. ໂດຍການລົງນາມເຊັນສັນຍາລະຫວ່າງ ທ່ານ ໂພທິຍາ ວົງຈອມສີ ປະທານສະຫະພັນບານເຕະແຂວງສາລະວັນ ກັບ ທ່ານ ໄຊພອນ ແກ້ວບົວລະພາ ຜູ້ອຳນວຍການບໍລິສັດ ລາຊາສະປອດ, ມີບັນດາທ່ານຮອງປະທານສະຫະພັນກິລາບານເຕະຂອງແຂວງ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

ການຕົກລົງຄວາມຮ່ວມມືໃນຄັ້ງນີ້, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບໃນການຮ່ວມມືພັດທະນາກິລາບານເຕະ ເຊິ່ງໄດ້ສະໜັບສະໜູນຫຼັກ ຄື: ສະໜັບສະໜູນ ເປັນປະເພດເຄື່ອງກິລາ ແລະ ອຸປະກອນກິລາ ໃຫ້ແກ່ທັບນັກກິລາບານເຕະແຂວງສາລະວັນ ທັງຍິງ ແລະ ຊາຍ ໃນທຸກໆຮຸ່ນອາຍຸ ແລະ ທຸກໆລາຍການແຂ່ງຂັນ, ໃນລະດັບພາກ ຫຼື ລະດັບຊາດ, ສົ່ງເສີມ ແລະ ໃຫ້ການສະໜັບສະໜູນການຈັດການແຂ່ງຂັນກິລາບານເຕະພາຍໃນທ້ອງຖິ່ນ ທັງໃນລະດັບເມືອງ ແລະ ລະດັບແຂວງ ທຸກລາຍການ. ນອກນີ້ກໍ່ຍັງໄດ້ເຮັດວຽກໂຄສະນາປະຊາສໍາພັນ ແລະ ໃຫ້ການຖ່າຍທອດສົດໃນລາຍການແຂ່ງຂັນຕ່າງໆ ໃນສື່ອອນລາຍຜ່ານຊ່ອງທາງເພຈ LAZA Sport Media.
ໂອກາດນີ້, ປະທານສະຫະພັນບານເຕະແຂວງສາລະວັນ ກໍໄດ້ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດ ລາຊາສະປອດ ທີ່ເຫັນໄດ້ຄວາມສຳຄັນໃນວຽກງານກິລາບານເຕະ ແລະ ເປັນກຳລັງແຮງທີ່ສໍາຄັນ ໃນການຊຸກຍູ້, ສົ່ງເສີມກິລາບານເຕະພາຍໃນແຂວງ. ເຊີ່ງການສະໜັບສະໜູນໃນຄັ້ງນີ້ ບໍ່ແມ່ນພຽງແຕ່ການມອບເຄື່ອງ ແລະ ອຸປະກອນກິລາເທົ່ານັ້ນ, ແຕ່ມັນຄືການມອບ ‘ໂອກາດ’ ແລະ ‘ຄວາມຫວັງ’ ໃຫ້ແກ່ເຍົາວະຊົນ ແລະ ນັກກິລາທ້ອງຖິ່ນ ໄດ້ກ້າວເດີນຕາມຄວາມຝັນ, ເຫັນໄດ້ເຖິງຄວາມຕັ້ງໃຈ ແລະ ຮ່ວມມືໃນຄັ້ງນີ້ ຈະເປັນຂົວຕໍ່ອັນແໜ້ນແກ່ນ ທີ່ພາໃຫ້ກິລາບານເຕະສາລະວັນ ກ້າວໄປໄກໃນເວທີລະດັບຊາດ ແລະ ສືບຕໍ່ສ້າງຄວາມພາກພູມໃຈໃຫ້ຊາວແຂວງສາລະວັນ.