ເລີ່ມລົງມືກໍ່ສ້າງໂຄງການພະລັງງານແສງຕາເວັນ ກໍາລັງຕິດຕັ້ງ 9.5 MW ຢູ່ແຂວງສາລະວັນ

ທ່ານ ໂຊກສະຫວັນ ເພັດຣາສີ ຜູ້ອໍານວຍການ ບໍລິສັດ ວີເອັສ ໂຊລ່າວັນ ຈໍາກັດ (VS Solar one Co.,Ltd) ໄດ້ລາຍງານຫຍໍ້ກ່ຽວກັບຄວາມເປັນມາຂອງ ການກໍ່ສ້າງໂຄງການພະລັງງານແສງຕາເວັນຢູ່ແຂວງສາລະວັນ ທີ່ມີກໍາລັງຕິດຕັ້ງທັງໝົດ 9,5 MW, ກວມເອົາ 3 ຈຸດ ຄື: ຈຸດບ້ານເຕົາປູນ ເມືອງສາລະວັນ, ມີກໍາລັງຕິດຕັ້ງ 3 MW, ຈຸດຜັກຂະ ເມືອງວາປີ, ມີກໍາລັງຕິດຕັ້ງ 3 MW ແລະ ຈຸດບ້ານປະລອຍ ເມືອງຕະໂອ້ຍ ມີກຳລັງຕິດຕັ້ງ 3,5 MW. ເຊີ່ງໃນ 3 ຈຸດດັ່ງກ່າວນີ້ ແມ່ນໄດ້ເຊັນບົດບັນທຶກລາຄາໄຟຟ້າ ກັບ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ແລະ ໄດ້ມີການເຊັນສັນຍາສໍາປະທານໂຄງການ ຢ່າງເປັນທາງການ ໃນວັນທີ 13 ພະຈິກ 2025, ຄາດຄະເນແຜນການກໍ່ສ້າງໂຄງການດັ່ງກ່າວນີ້ ໃຫ້ສໍາເລັດໃນທ້າຍປີ 2026 ເພື່ອສະໜອງພະລັງງານໄຟຟ້າ ໃຫ້ແຂວງສາລະວັນ, ໂດຍແມ່ນ ບໍລິສັດ VS Engineering Co.,Ltd ເປັນຜູ້ຮັບເໝົາໃນການກໍ່ສ້າງ.
ສໍາລັບບໍລິສັດ ວີເອັສ ໂຊລ່າວັນ ຈຳກັດ ໄດ້ປະສົບຜົນສຳເລັດໃນການພັດທະນາໂຄງການພະລັງງານແສງຕາເວັນ ຢູ່ແຂວງບໍລິຄຳໄຊ ມາແລ້ວ, ເຊິ່ງມີກຳລັງຕິດຕັ້ງລວມ 7.5 MW, ມີ 3 ຈຸດ. ປັດຈຸບັນ ແມ່ນກຳລັງເລັງດຳເນີນການກໍ່ສ້າງ ແລະ ມີແຜນທີ່ຈະເຊື່ອມຕໍ່ເຂົ້າລະບົບ ຂອງລັດວິສາຫະກິດ ໄຟຟ້າລາວ ໃນເດືອນມິຖຸນາ 2026 ນີ້. ນອກນັ້ນ, ກໍຈະສືບຕໍ່ຂະຫຍາຍກຳລັງຕິດຕັ້ງ ມາເປັນ 15 MW ຢູ່ແຂວງບໍລິຄໍາໄຊ ແລະ ມີແຜນສືບຕໍ່ຂະຫຍາຍໄປອີກຫຼາຍຈຸດໃນທົ່ວປະເທດ. ໂຄງການດັ່ງກ່າວ ຖືເປັນບາດກ້າວອັນສຳຄັນໃນການຫັນປ່ຽນໄປສູ່ການນຳໃຊ້ພະລັງງານທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ.
ພິທີເປີດການກໍ່ສ້າງໂຄງການພະລັງງານແສງຕາເວັນ ຢູ່ແຂວງສາລະວັນ, ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ 2026 ນີ້, ຢູ່ທີ່ຈຸດບ້ານເຕົາປູນ ເມືອງສາລະວັນ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ທ່ານ ໂຊກສະຫວັນ ເພັດຣາສີ ຜູ້ອໍານວຍການ ບໍລິສັດ ວີເອັສ ໂຊລ່າວັນ ຈໍາກັດ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງສາລະວັນ, ວາປີ ແລະ ເມືອງຕະໂອ້ຍ ພ້ອມດ້ວຍຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງ, ຕາງໜ້າອຳນາດການປົກຄອງບ້ານເຂົ້າຮ່ວມ.
ຈາກນັ້ນ, ກໍໄດ້ມີພິທີຕັດແຖບຜ້າ ເປີດການກໍ່ສ້າງໂຄງການພະລັງງານແສງຕາເວັນ ຢູ່ແຂວງສາລະວັນ ຢ່າງເປັນທາງການ ພ້ອມທັງໄດ້ຮ່ວມປູກຕົ້ນໄມ້ ໃນຂອບເຂດບໍລິເວນດັ່ງກ່າວຕື່ມອີກ.