ພະແນກອຸດສາຫະກຳ ແລະ ການຄ້າແຂວງ ສາລະ ວັນ ຈັດ ກິດຈະກຳ: ກັບຄືນສູ່ໂຮງຮຽນ ຫຼື Back to School

ພະແນກອຸດສາຫະກຳ ແລະ ການຄ້າແຂວງ ສາລະ ວັນ ຂໍເຊີນຊວນ: ບັນດາພໍ່ແມ່ປະຊາຊົນ, ຊາວຄ້າຂາຍ ແລະ ພະນັກງານ ໃນທົ່ວເມືອງ ສາລະວັນ ເຂົ້າ ມາຊື້ ສິນຄ້າອຸປະກອນການສຶກສາເປັນຕົ້ນ:ປື້ມ, ບິກ, ສໍດຳ, ເຄື່ອງແບບນັກຮຽນ ແລະ ສິນຄ້າ ອຸປະໂພກ-ບໍລິໂພກຕ່າງໆທີ່ກ່ຽວຂ້ອງໃນລາຄາອຸ່ນໃຈ ພາຍໃຕ້ກິດຈະກຳ: ກັບຄືນສູ່ໂຮງຮຽນ ຫຼື Back to School, ໃນຄັ້ງ ວັນທີ 19-20/08/2026 ເລີ່ມແຕ່ເວລາ 08:00 ໂມງ ຫາ 16:00 ໂມງ ສະຖານທີ່: ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ.