ລັດຖະມົນຕີກະຊວງ ອຄ ເນັ້ນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າຢູ່ ແຂວງສາລະວັນ

ວັນທີ 24 ເມສາ 2026 ນີ້ ທ່ານ ມະໄລທອງ ກົມມະສິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ກໍາມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ທ່ານ ໂພທິຍາ ວົງຈອມສີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ພາຍຫຼັງທີ່ມີການໂຮມສອງພະແນກການເຂົ້າກັນ, ເຊີ່ງປະກອບມີ 10 ຂະແໜງການ ແລະ ຂັ້ນເມືອງ ປະກອບມີ 6 ໜ່ວຍງານ, ມີພະນັກງານ-ລັດຖະກອນທັງໝົດ 177 ທ່ານ, ຍິງ 30 ທ່ານ, ໃນນັ້ນ: ຂັ້ນແຂວງ ມີ 84 ທ່ານ, ຍິງ 16 ທ່ານ, ມີຄະນະພະແນກທັງໝົດ 6 ທ່ານ. ສໍາລັບວຽກງານວິຊາສະເພາະ, ທົ່ວແຂວງມີໂຮງງານອຸດສາຫະກຳປຸງແຕ່ງ ທັງໝົດ 557 ແຫ່ງ, ມູນຄ່າການລົງທຶນທັງໝົດ 1,243.07 ຕື້ກວ່າກີບ, ມີຈໍານວນແຮງງານ 3,297 ຄົນ, ໃນນີ້ໂຮງງານຂະໜາດໃຫຍ່ ມີ 20 ແຫ່ງ, ຂະໜາດກາງ ມີ 49 ແຫ່ງ, ໂຮງງານຂະໜາດນ້ອຍ ມີ 340 ແຫ່ງ, ໂຮງງານຂະໜາດນ້ອຍແບບຄອບຄົວມີ 148 ແຫ່ງ; ວຽກພະລັງງານ ມີບ້ານທີ່ໄດ້ຊົມໃຊ້ໄຟຟ້າຈໍານວນ 576 ບ້ານ ກວມເອົາ 99.65%, ມີ 84,777 ຫຼັງຄາເຮືອນ, ເຮືອນຊົມໃຊ້ໄຟຟ້າ ກວມເອົາ 99,67%; ມີແຫຼ່ງຜະລິດພະລັງານໄຟຟ້າ ພະລັງງານຈາກນໍ້າ ແລະ ພະລັງງານຄວາມຮ້ອນຖ່ານຫີນ, ສ່ວນການຜະລິດພະລັງງານໄຟຟ້າ (ປີ 2025) ທັງໝົດໄດ້ 658.101 GWh ລື່ນ 23.52%.
ວຽກງານ ການຄ້າພາຍໃນແຂວງ ມີຕະຫຼາດຖາວອນ ທັງໝົດ 6 ແຫ່ງ, ໃນນີ້; ມີຕະຫຼາດໃຫຍ່ 1 ແຫ່ງ, ຕະຫຼາດກາງມີ 3 ແຫ່ງ, ຕະຫຼາດນ້ອຍ 2 ແຫ່ງ. ນອກຈາກນີ້ຍັງມີຕະຫຼາດວັນນັດ 44 ແຫ່ງ, ຕະຫຼາດກຸ່ມບ້ານ 10 ແຫ່ງ ແລະ ຈຸດຊື້ຂາຍສິນຄ້າອີກ 54 ແຫ່ງ, ມູນຄ່າການຈໍລະຈອນສິນຄ້າ ຂາຍຍົກ-ຂາຍຍ່ອຍ ທັງໝົດ 3,054.62 ຕື້ກີບ, ທຽບໃສ່ແຜນລື່ນແຜນ 12.63% ໃນນີ້, ມູນຄ່າເກັບຊື້ພາຍໃນ 1,201.28 ຕື້ກີບ, ມູນຄ່າຂາຍຍົກ 854.59 ຕື້ກີບ ແລະ ມູນຄ່າຂາຍຍ່ອຍ 998.74 ຕື້ກີບ. ນອກຈາກນີ້ຍັງໄດ້ເອົາໃຈໃສ່ໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ. ປັດຈຸບັນ, ໃນໄລຍະວິກິດການນໍ້າມັນເຊື້ອໄຟ ທົ່ວແຂວງ ມີປໍ້ານໍ້າມັນທັງໝົດ 100 ປໍ້າ, ໃນນັ້ນ: ເປີດ ບໍລິການສະເລ່ຍ 48 ປໍ້າ ແລະ ປິດຊົ່ວຄາວສະເລ່ຍ 52 ປໍ້າ. ຄວາມຕ້ອງການນໍ້າມັນສະເລ່ຍ 5,552,000 ລິດ/ເດືອນ (ນໍ້າມັນແອັດຊັງ 2,416,000 ລິດ, ກາຊ່ວນ 3,136,000 ລິດ) ແລະ ວຽກອື່ນໆ.
ໃນຕອນທ້າຍ ທ່ານ ມະໄລທອງ ກົມມະສິດ ໄດ້ເນັ້ນໃຫ້ຄະນະນໍາພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ເອົາໃຈໃສ່ຕິດຕາມກວດກາສິນຄ້ານໍາເຂົ້າພາຍໃນແຂວງ ຢ່າງເຂັ້ມງວດ, ແຫຼ່ງກຳເນີດ, ຄຸນນະພາບ ແລະ ມາດຕະຖານຂອງສິນຄ້າ ກ່ອນຈະອອກສູ່ຕະຫຼາດ, ພ້ອມທັງປ້ອງກັນ ແລະ ສະກັດກັ້ນ ການນໍາເຂົ້າສິນຄ້າ ທີ່ບໍ່ໄດ້ມາດຕະຖານ ເພື່ອປົກປ້ອງສິດປະໂຫຍດ ຂອງຜູ້ບໍລິໂພກ; ເພີ່ມທະວີມາດຕະການກວດກາ, ຄຸ້ມຄອງລາຄາສິນຄ້າ ໃນຕະຫຼາດ ເພື່ອປ້ອງກັນ ການສວຍໃຊ້ໂອກາດ ຂຶ້ນລາຄາສິນຄ້າ ໂດຍບໍ່ມີເຫດຜົນ ຫຼື ການກັກຕຸນສິນຄ້າ ເພື່ອປັ່ນລາຄາ ໃຫ້ສູງຂຶ້ນ ຊຶ່ງເປັນການກະທົບ ໂດຍກົງ ຕໍ່ຄ່າຄອງຊີບ ແລະ ຄວາມເປັນຢູ່ຂອງປະຊາຊົນ.
ພາບ-ຂ່າວ: ສ.ພະຈັນ