ກົມອຸດສາຫະກຳປຸງແຕ່ງໄດ້ຈັດກອງປະຊຸມການຝຶກອົບຮົມໃນຫົວຂໍ້ ກ່ຽວກັບວຽກງານອຸດສາຫະກຳສີຂຽວ ໃຫ້ແກ່ທ້ອງຖິ່ນ

ໃນຕອນເຊົ້າຂອງວັນທີ 12 ພະຈິກ 2026 ກົມອຸດສາຫະກຳປຸງແຕ່ງໄດ້ຈັດກອງປະຊຸມການຝຶກອົບຮົມໃນຫົວຂໍ້ ກ່ຽວກັບວຽກງານອຸດສາຫະກຳສີຂຽວ ໃຫ້ແກ່ທ້ອງຖິ່ນ ຢູ່ທີ່ ຫ້ອງປະຊຸມ ພະແນກອຸດສາຫະກຳແລະການຄ້າ ແຂວງສາລະວັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມອຸດສາຫະກໍາປຸງແຕ່ງ, ກະຊວງ ອຄ ແລະ ທ່ານ ພອນໄຊ ເທບວົງສາ ຮອງຫົວໜ້າພະແນກອຸດສາຫະກຳແລະການຄ້າ ພ້ອມດ້ວຍ ຕ່າງຫນ້າ ພະແນກອຸດສາຫະກຳແລະການຄ້າ ຈາກ 5 ແຂວງ, ບັນດາໂຮງງານອຸດສາຫະກຳປຸງແຕ່ງ ເຂົ້າຮ່ວມໃນການຝຶກອົບຮົມຄັ້ງຈຳນວນ 40 ທ່ານ ຍີງ 6 ທ່ານ.
ຈຸດປະສົງ ເພື່ອເຜີຍແຜ່ ນະໂຍບາຍອຸດສາຫະກຳສີຂຽວ, ຂໍ້ຕົກລົງວ່າດ້ວຍອຸດສາຫະກຳສີຂຽວສະບັບເລກທີ 0141/ອຄ.ກອຫ. ເຕັກນິກການຜະລິດທີ່ສະອາດ, ຂໍ້ຕົກລົງວ່າດ້ວຍເຄື່ອງຈັກອຸດສາຫະກຳ ສະບັບເລກທີ 2378/ອຄ ແລະ ອື່ນໆ ໃຫ້ແກ່ ພະນັກງານພາກລັດ ແລະ ພາກທຸລະກິດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເປັນເອກະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດ ໃນວຽກງານດັ່ງກ່າວຕາມເງື່ອນໄຂ ແລະ ມາດຕະຖານຢ່າງຖືກຕ້ອງ ແລະ ຄົບຖ້ວນ ຈົນສາມາດນໍາສະເໜີຂໍໃບຢັ້ງຢືນ ອຸດສາຫະກຳສີຂຽວໄດ້.
ພາບ ແລະ ຂ່າວ: ຂໍ້ມູນຂ່າວສານອຸດສາຫະກຳແລະການຄ້າ.

