ຫົວໜ້າພະແນກອຸດສາຫະກຳແລະການຄ້າ ແຂວງສາລະວັນ ໄດ້ລົງເຄື່ອນໄຫວຊູກຍູ້ວຽກງານ ຢູ່ຫ້ອງການອຸດສາຫະກຳ ແລະ ການ ເມືອງ ຕຸ້ມລານ
ໃນຕອນບ່າຍ ເວລາ 13:30 ນາທີ ຂອງວັນທີ 5.11.2026 ທີມງານພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຂອງຫ້ອງການ ອຸດສາຫະກຳ ແລະ ການຄ້າ ເມືອງ ຕຸ້ມລານ ນຳພາໂດຍ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ, ພ້ອມທັງຫົວໜ້າຂະແໜງ ແລະ ຮອງຂະແໜງພາຍໃນພະແນກ ອຄ ແຂວງສາລະວັນ, ຫ້ອງການ ອຄ ເມືອງ, ພ້ອມທັງແຂກຖືກເຊີນທີ່ມາຈາກ ຫ້ອງວ່າການເມືອງ ຕຸ້ມລານ, ສູນບໍລິການໄຟຟ້າຂອງເມືອງ ແລະ ຫົວໜ່ວຍຜູ້ປະກອບການຫັດຖະກຳຕ່ຳແຜ່ນແພ່ ຂອງເມືອງຕຸ້ມລານ ເຂົ້າຮ່ວມທັງໝົດ 21 ທ່ານ, ຍິງ 1 ທ່ານ.
ທີ່ປະຊຸມໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ໄລຍະ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2026, ພ້ອມທັງຮັບຟັງການສະເໜີລາຍງານວຽກງານທີ່ຍັງຄົງຄ້າງໄລຍະຜ່ານມາ ແລະ ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳເຫັນຕໍ່ການສະເໜີ ແລະ ແລກປ່ຽນບົດຮຽນຮ່ວມກັນ ແລະ ພ້ອມກັນເຫັນດີເປັນເອກະພາບ.



